ການເຮັດໃຫ້ຂໍ້ຄວາມເຄື່ອນໄຫວ

ເຈົ້າສາມາດເຮັດໃຫ້ຂໍ້ຄວາມເຄື່ອນໄຫວໄດ້ສະເພາະຂໍ້ຄວາມທີ່ຢູ່ໃນວັດຖຸການແຕ້ມ ເຊັ່ນ: ຮູບສີ່ແຈສາກ, ເສັ້ນ ຫຼື ວັດຖຸຂໍ້ຄວາມ. ຕົວຢ່າງ: ແຕ້ມຮູບສີ່ແຈສາກ, ແລ້ວຄລິກສອງບາດທີ່ຮູບນັ້ນ ແລະ ພິມຂໍ້ຄວາມຂອງເຈົ້າໃສ່.

  1. ເລືອກວັດຖຸການແຕ້ມທີ່ມີຂໍ້ຄວາມທີ່ເຈົ້າຕ້ອງການເຮັດໃຫ້ເຄື່ອນໄຫວ.

  2. ເລືອກ ຮູບແບບ - ວັດຖຸ - ຄຸນລັກສະນະຂໍ້ຄວາມ, ແລ້ວຄລິກທີ່ແທັບ ການເຄື່ອນໄຫວຂໍ້ຄວາມ.

  3. ໃນກ່ອງ ເອັບເຟັກ, ໃຫ້ເລືອກການເຄື່ອນໄຫວທີ່ເຈົ້າຕ້ອງການ.

  4. ຕັ້ງຄ່າຄຸນສົມບັດຂອງເອັບເຟັກ, ແລ້ວຄລິກ ຕົກລົງ.